Archive for General

ນຳສະເໜີ

ກ່ອນຈະຕັດສິນໃຈຮຽນກໍ່ສ້າງ ຜູ້ຂຽນບໍ່ໄດ້ຄິດຫຍັງຫລາຍ ນອກຈາກ ທຶນຮຽນຕໍ່ຢູ່ພາກວິຊານີ້ຫລາຍ, ແລະຜູ້ຂຽນກໍຄິດວ່າຕົນ ອາດຈະມີໂອກາດໄດ້ ທືນແນ່ນອນ. ຄົນທີ່ເລືອກຮຽນເຂົ້າພາກວິຊານີ້ ແມ່ນໜ້ອຍມາຕະຫລອດ. ດັ່ງນັ້ນ, ຈຶ່ງເຫັນໂອກາດທອງຂອງໂຕເອງ. ອີກຢ່າງ ຕົນເອງກໍ່ຄິດວ່າ ໂຕເອງເກັ່ງວິຊາຄິດໄລ່ ໂດຍສະເພາະແມ່ນພວກຟີຊິກ.

ຜ່ານໄປ 5 ປີຂອງການສຶກສາຢູ່ສະຖາບັນແຫ່ງນີ້ ຜູ້ຂຽນເລີ່ມຄິດວ່າ ຄວາມຄິດຂອງຕົ ນແຕ່ຕອນຕົ້ນແມ່ນຜິດ, ຖືກແຕ່ເລື້ອງທຶນຮຽນຕໍ່ປະລິນຍາ ໂທ ໂຊກດີທີ່ ສະຖາບັນຂອງເຮົາ ໄດ້ຮ່ວມເຊັນສັນຍາກັບ ສະຖາບັນຕ່າງປະເທດ, ແລະ ມີການສົ່ງນັກສຶກສາ ເພື່ອໄປຮຽນຕໍ່ ຍົກລະດັບຄວາມຮູ້. ແລ້ວ ຜູ້ຂຽນຈະບອກວ່າ ແມ່ນຫຍັງທີ່ຜູ້ຂຽນຄິດຜິດ.

ຂໍນຳສະເໜີ ວິຊາທີ່ຕົນໄດ້ຮຽນຜ່ານມາ (ຈະບໍ່ລວມວິຊາທີ່ຮຽນຢູ່ ວວພ (ວິທະຍາໄລ ວິທະຍາສາດພື້ນຖານ). ເພາະໄດ້ຍິນມາວ່າ ຈະມີການລົບລ້າງອອກ. ລາຍການວິຊາ ອາດຈະຂາດຕົກບົກພອງ ເພາະຜູ້ຂຽນໄດ້ເຮັດ ປື້ມຕິດຕາມຄະແນນເສຍ. ແລ້ວມື້ຫນ້າ ຈະມີອັບເດດໃຫ້ໃຫມ່. ລາຍການວິຊາ ແມ່ນຈະແບ່ງ ອອກຕາມໜ່ວຍງານ ເຊິ່ງໃນພາກວິຊາວິສະວະກຳກໍ່ສ້າງ ແມ່ນມີ 5 ໜ່ວຍງານ ລາຍການວິຊາຮຽນມີດັ່ງນີ້:

ໜ່ວຍງານວິສະວະກຳໂຄງສ້າງ

ຊື່ພາສາລາວ ຊື່ພາສາອັງກິດ
ທົນທານວັດຖຸ 1 Strength 1
ທົນທານວັດຖຸ 2 Strength 2
ກົນລະສາດ 1 Mechanic 1
ກົນລະສາດ 2 Mechanic 2
ວິສະວະກຳຮາກຖານ Foundation Engineering
ວິເຄາະໂຄງສ້າງ 1 Structural analysis 1
ວິເຄາະໂຄງສ້າງ 2 Structural analysis 2
ຄອນກຣີດເສີມເຫລັກ 1 Reinforcement Concrete 1
ຄອນກຣີດເສີມເຫຼັກ 2 Reinforcement Concrete 2
ຄອນກຣີດອັດແຮງ Prestressed Concrete
ການອອດແບບໂຄງສ້າງເຫັຼກ ແລະໄມ້ Steel and Wood Structure Design
ການອອກແບບຂົວ Bridge Design

ໜ່ວຍງານບໍລິຫານ

ຊື່ພາສາລາວ ຊື່ພາສາອັງກິດ
ວິທະຍາການກໍ່ສ້າງ 1 Constructional Technology 1
ວິທະຍາການກໍ່ສ້າງ 2 Constructional Technology 2
ບໍລິຫານການກໍ່ສ້າງ 1 Constructional Management 1
ບໍລິຫານການກໍ່ສ້າງ 2 Constructional Management 2
ການອອກແບບລະບົບໂຄງສ້າງອາຄານ Building System Design
ການສ້ອມແປງອາຄານເປ່ເພ Constructional Maintenance

ໜ່ວຍງານທໍລະນີວິທະຍາ

ຊື່ພາສາລາວ ຊື່ພາສາອັງກິດ
ສຳຫຼວດວັດແທກ 1 Survey 1
ສຳຫຼວດວັດແທກ 2 Survey 2
ອອກແບບທາງ Road Design
ການບຳລຸງຣັກສາທາງ ແລະຫນ້າທາງ Road and Pavement Maintenance
ກົນລະສາດດິນ Soil Mechanic
ທໍລະນີສາດ Geology

ໜ່ວຍງານສິ່ງແວດລ້ອມ

ຊື່ພາສາລາວ ຊື່ພາສາອັງກິດ
ສິ່ງແວດລ້ອມ 1 Environmental Engineering 1
ສິ່ງແວດລ້ອມ 2 Environmental Engineering 2
ສິ່ງແວດລ້ອມ 3 Environmental Engineering3
ກົນລະສາດທາດໄຫຼ Fluid Mechanic
ອຸກະທົກວິທະຍາ Hydrology
ຊົນລະສາດ Hydraulics
ຊົນສະສາດນຳໃຊ້ Applied Hydraulics

ຄວາມຈິງແລ້ວ ແມ່ນມີຫລາຍກວ່ານີ້ ແຕ່ສະໝອງ ຂອງຜູ້ຂຽນເລີ່ມມືນງົງ ສັບສົນວ່າຕົນເອງຮຽນອັນໃດໄປແນ່. ຜູ້ຂຽນຈື່ໄດ້ວ່າ ພາກວິຊາ ວິສະວະກຳກໍ່ສ້າງ ມີ 5 ໜ່ວຍງານ ແລ້ວໜ່ວຍງານທີ່ 5 ແມ່ນຫຍັງ? ຂໍໂທດນຳຫລາຍໆ ຈະໄປຊອກລາຍ ລະອຽດຕື່ມກ່ອນ. ບາງວິຊາກໍ່ຍັງ ບໍ່ແນ່ໃຈວ່າ ຕົນເອງໃຊ້ຄຳສັບຖືກບໍ່. ມາເວົ້າເລື້ອງວ່າ ເປັນຫຍັງຜູ້ຂຽນຈິ່ງຄິດວ່າ ຕົນເອງຄິດຜິດ. ເກັ່ງເລກອາດຈະຢູ່ລອດ ໃນພາກວິຊານີ້ ແຕ່ການເຮັດວຽກຕົວຈິງ ແມ່ນໄດ້ໃຊ້ການເດົາ ແຕ່ຕ້ອງເດົາຢ່າງມີເຫດຜົນ ແລະຫຼັກການ. ອີກຢ່າງ ການຄິດໄລ່ຢູ່ທີ່ນີ້ ບໍ່ໄດ້ເນັ້ນຄວາມຖືກຕ້ອງ ແຕ່ເນັ້ນຄວາມປອດໄພ ແລະນຳໃຊ້ໄດ້ຈິງ. ໂຕໃດຜ່ານ ກໍ່ດີໃຈໄປ ໂຄງສ້າງບໍ່ເພກໍ່ເປັນພໍ. ນັ້ນແມ່ນຫລັກການທີ່ຜູ້ຂຽນຄິດຂື້ນເອງ.

ຈະສັງເກດ ເຫັນວ່າລາຍວິຊາຢູ່ ຫນ່ວຍງານໂຄງສ້າງຈະຫລາຍກວ່າຫມູ່. ອັນນັ້ນລະ ແມ່ນຍາກທີ່ສຸດ ເຈັບຫົວທີ່ສຸດ ວຸ້ນວາຍທີ່ສຸດ ແຕ່ມ່ວນທີ່ສຸດ ແລະ ທ້າທາຍທີ່ສຸດ.

ຂໍຈົບການແນະນຳທໍ່ນີ້ກ່ອນ ມື້ຫນ້າຈະມາເວົ້າອີກ

Leave a Comment